ພາບລວມຂອງຫຼັກສູດ
ຫຼັກສູດນີ້ນໍາສະເໜີກ່ຽວກັບວິທີການສຸຂະພາບໜື່ງດຽວ (One Health approach) ຢ່າງເລີກເຊິງ, ຫຼັກສູດຈະໄດ້ເວົ້າເຖີງພະຍາດຕິດແປດຈາກສັດສູ່ຄົນ (zoonotic) ໃນລາວ. ໄດ້ສະແດງໃຫ້ເຫັນສາຍພົວພັນກັນລະຫວ່າງສຸຂະພາບຄົນ, ສັດ, ແລະ ສິ່ງແວດລ້ອມ, ໂດຍເນັ້ນໃສ່ວິທີການຮ່ວມມືເພື່ອແກ້ໄຂສິ່ງທ້າທາຍດ້ານສຸຂະພາບ. ຜູ້ເຂົ້າຮ່ວມຈະໄດ້ຮັບຄວາມເຂົ້າໃຈພື້ນຖານກ່ຽວວິທີການສຸຂະພາບໜື່ງດຽວ ແລະຄວາມສໍາຄັນຂອງວິທີ່ການດັ່ງກ່າວ, ໃນການຈັດການ ແລະຕອບໂຕ້ຕໍ່ການລະບາດຂອງພະຍາດຕິດແປດຈາກສັດສູ່ຄົນ ໃນປະຊາກອນລາວ.
ຮູບແບບຫຼັກສູດ
ຫຼັກສູດອອນໄລນ໌ນີ້ປະກອບມີການບັນຍາຍດ້ວຍວິດີໂອ, ການຕອບແບບສອບຖາມ ແລະວຽກມອບໝາຍໃນການເຮັດພາກປະຕິບັດ. ຜູ້ເຂົ້າຮ່ວມສາມາດມີສ່ວນຮ່ວມໃນການຮຽນການສອນດັ່ງກ່າວໄດ້ອີງຕາມຄວາມສະດວກຂອງຕົນ
ຫຼັກສູດແມ່ນສອນເປັນພາສາອັງກິດ ແລະພາສາລາວ. ຜູ້ເຂົ້າຮ່ວມສາມາດເລືອກໄດ້ຕາມຄວາມສະດວກຂອງຕົນໃນການ ຂຽນ ແລະເວົ້າພາສາອັງກິດຫຼືພາສາລາວ.
ເງື່ອນໄຂຜູ້ສະໝັກຮຽນ
ຫຼັກສູດດັ່ງກ່າວຖືກອອກແບບມາສໍາລັບຜູ້ທີ່ຊ່ຽວຊານທາງດ້ານສຸຂະພາບ, ນັກສຶກສາໃນສາຂາທີ່ກ່ຽວຂ້ອງກັບສຸຂະພາບ, ແລະບຸກຄົນທີ່ມີຄວາມສົນໃຈໃນວຽກງານສຸຂະພາບໜື່ງດຽວໃນລາວ. ບໍ່ມີເງື່ອນໄຂເບື້ອງຕົ້ນໃດໆທີ່ເຄັ່ງຄັດ, ແຕ່ຄວາມເຂົ້າໃຈພື້ນຖານຂອງແນວຄວາມຄິດດ້ານສຸຂະພາບແມ່ນຈະມີປະໂຫຍດສໍາຫຼັບທ່ານທີ່ຈະຊ່ວຍໃນການຮຽນຫຼັກສູດນີ້.
ຫຼັກສູດການຮຽນ
- ໂມດູນ 1: ບັນຫາສຸຂະພາບໜຶ່ງດຽວທີ່ກ່ຽວຂ້ອງກັບພະຍາດຕິດແປດຈາກສັດສູ່ຄົນ
- ໂມດູນ 2: ສະຖິຕິການລະບາດຂອງພະຍາດຕິດແປດຈາກສັດສູ່ຄົນໃນ ສປປ ລາວ
- ໂມດູນທີ 3: ຂອບເຂດດ້ານສຸຂະພາບໜື່ງດຽວໃນການສືບສວນ ແລະການກຽມຄວາມພ້ອມຂອງການລະບາດຂອງພະຍາດ
- ໂມດູນ 4: ຂອບເຂດດ້ານສຸຂະພາບໜື່ງດຽວໃນການຕອບໂຕ້ການລະບາດຂອງພະຍາດ
ໄລຍະເວລາຂອງຫຼັກສູດ
ປະມານ 5 ຊົ່ວໂມງ.
ຈຸດປະສົງການຮຽນຮູ້
ໃນຕອນທ້າຍຂອງຫຼັກສູດນີ້, ຜູ້ເຂົ້າຮ່ວມຈະສາມາດ:
- ເຂົ້າໃຈແນວຄວາມຄິດຂອງວຽກງານສຸຂະພາບໜື່ງດຽວ ແລະການນຳໃຊ້ໃນ ສປປລາວ
- ວິເຄາະສະຖິຕິການລະບາດຂອງພະຍາດຕິດແປດຈາກສັດສູ່ຄົນໃນ ສປປ ລາວ
- ນຳໃຊ້ຂັ້ນຕອນໃນການດຳເນີນການສືບສວນສອບສວນການລະບາດຂອງພະຍາດ
- ໃຊ້ວິທີການທີ່ເປັນລະບົບເພື່ອຕອບໂຕ້ການລະບາດຂອງພະຍາດ
ຄ່າລົງທະບຽນ
ຫຼັກສູດນີ້ແມ່ນໄດ້ສອນໃຫ້ຜູ້ເຂົ້າຮ່ວມທຸກຄົນໂດຍບໍ່ເສຍຄ່າ.
ການຢັ້ງຢືນ
ຜູ້ເຂົ້າຮ່ວມທີ່ສໍາເລັດຫຼັກສູດຈະໄດ້ຮັບໃບຢັ້ງຢືນການສໍາເລັດ.
ອາຈານສອນ
- Dr. Phoutnapha SENGXAYALATH, lecturer, Faculty of agriculture and forestry, Champasak University, lecturer in learning video, head of project, experience on animal science
- Thongsay SYCHANCH, Acting dean of faculty of agriculture and forestry, lecturer in learning video
- Bamphen KHAMMOUNGKOUN, lecturer, Faculty of agriculture and forestry, Champasak University, lecturer in learning video
- Somsakxay KEOKETVILAY, researcher, veterinary center, role play director
- Phouddavanh KEOVILAY, lecturer, Faculty of agriculture and forestry, Champasak University, role play creative
You must log in and have started this course to submit a review.