ການກ້າວໄປສູ່ແນວທາງການມີສ່ວນຮ່ວມດ້ານສຸຂະພາບໜື່ງດຽວ: ການປູກຈິດສໍານຶກ ແລະ ຍົກສູງຄວາມສາມາດຂອງພະນັກງານແພດໃນພາກສະໜາມຂອງ ສປປ ລາວ

Current Status
Not Enrolled
Get Started

ຂໍ້ມູນພື້ນຖານຂອງຫຼັກສູດ 

ຫຼັກສູດນີ້ຖືກພັດທະນາໂດຍທີມງານຈາກຫຼາຍພາກສ່ວນ ໂດຍສະເພາະຈາກ ກົມຈັດຕັ້ງ ແລະ ພະນັກງານ, ກົມຄວບຄຸມພະຍາດຕິດຕໍ່, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ແລະ ຄະນະກະເສດສາດ, ມະຫາວິທະຍາໄລ ຈຳປາສັກ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ SEAOHUN ແລະ USAID. 

ຂອບເຂດນອກເໜືອຄວາມຮັບຜິດຊອບ: ເນື້ອໃນ, ຄວາມຄິດເຫັນ ແລະ ຂໍ້ເທັດຈິງທີ່ສະແດງອອກໃນຫຼັກສູດແມ່ນຄວາມຮັບຜິດຊອບພຽງຜູ້ດຽວຂອງຜູ້ຂຽນຫຼັກສູດ ແລະ ບໍ່ແມ່ນຂອງ SEAOHUN ແລະ USAID. 

ເອກະສານຫຼັກສູດ: ຫຼັກສູດປະກອບມີ 04 ໂມດູນ ແລະ ໃຊ້ເວລາຮຽນປະມານ 1 ຊົ່ວໂມງຂອງແຕ່ລະໂມດູນ. 

ໂມດູນ 1) ການແນະນຳກ່ຽວກັບສຸຂະພາບໜຶ່ງດຽວ
ໂມດູນ 2) ການພົວພັນລະຫວ່າງມະນຸດ-ສັດ-ສິ່ງແວດລ້ອມ
ໂມດູນ 3) ວິທີການທີ່ອີງໃສ່ຫຼັກຖານໃນສຸຂະພາບໜຶ່ງດຽວ
ໂມດູນ 4) ການປະຕິບັດຍຸດທະສາດສຸຂະພາບໜຶ່ງດຽວ 

ແຕ່ລະຫົວຂໍ້ຈະປະກອບມີຂໍ້ມູນເພີ່ມເຕີມບາງຢ່າງທີ່ພວກເຮົາຄິດວ່າທ່ານຈະສົນໃຈ – ກົດໃສ່ຮູບໃນແຕ່ລະໂມດູນ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຈຸດສະເພາະ. 

ຜູ້ເຂົ້າຮ່ວມເປົ້າໝາຍ: 

  • ພະນັກງານສາທາລະນະສຸກດ່ານໜ້າ: ລວມທັງທ່ານໝໍ, ພະຍາບານ, ຄຸ້ມຄອງສາທາລະນະສຸກ ແລະ ພະນັກງານສາທາລະນະສຸກອື່ນໆທີ່ກ່ຽວຂ້ອງໂດຍກົງໃນການບໍລິການຄົນເຈັບ ແລະ ການຄຸ້ມຄອງ ສາທາລະນະສຸກ. 
  • ຜູ້ວາງນະໂຍບາຍດ້ານສາທາລະນະສຸກ: ພະນັກງານທີ່ມີສ່ວນຮ່ວມໃນການພັດທະນານະໂຍບາຍສາທາລະນະສຸກ, ໂດຍສະເພາະຜູ້ທີ່ມີສ່ວນຮ່ວມໃນການພົວພັນຂອງມະນຸດ, ສັດ ແລະ ສິ່ງແວດລ້ອມ. 
  • ພະນັກງານສາທາລະນະສຸກຊຸມຊົນ: ບຸກຄົນທີ່ເຮັດວຽກຢູ່ຮາກຖານ, ຈະເປັນຈຸດທຳອິດຂອງໃຫ້ບໍລິການແກ່ປະຊາຊົນທີ່ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ. 

ການ​ປະ​ເມີນ​ຫຼັກສູດ​:
ແຕ່ລະໂມດູນຈະມີການປະເມີນ ເພື່ອທົດສອບຄວາມເຂົ້າໃຈຂອງທ່ານກ່ຽວກັ ຫົວຂໍ້ນັ້ນ. ໃນໂມດູນສຸດທ້າຍທ່ານຈະສາມາດໄດ້ຮັບໃບຢັ້ງຢືນຜົນສໍາເລັດ –  

ເງື່ອນໄຂຂອງການໄດ້ຮັບໃບຢັ້ງຢືນການຮຽນແມ່ນທ່ານຕ້ອງໄດ້ຮຽນຜ່ານທຸກໂມດູນ ແລະ ຜ່ານການປະເມີນພາຍຫຼັງສຳເລັດການຮຽນໂມດູນສຸດທ້າຍ ແລະ ໄດ້ຮັບຄະແນນ 80% ຂື້ນໄປ.  

ນີ້ແມ່ນຫຼັກສູດທີ່ທ່ານສາມາດຮຽນໄດ້ດ້ວຍຕົນເອງ ແລະ ໃນເວລາທີ່ທ່ານສະດວກ. ພວກເຮົາຂໍແນະນຳໃຫ້ທ່ານບັນທຶກ ແລະ ຈົດກ່າຍບົດຮຽນໃນຂະນະທີ່່ານຮຽນດ້ວຍຕົນເອງເພາະວ່ານີ້ແມ່ນວິທີທີ່ດີທີ່ຈະຮັບປະກັນວ່າທ່ານສາມາດເຂົ້າໃຈບົດຮຽນໄດ້ຫຼາຍຂື້ນ. ວິທີນີ້ສາມາດກາຍເປັນສ່ວນໜຶ່ງຂອງແຜນພັດທະນາຕົນເອງຂອງທ່ານ 

ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມ, ພວກເຮົາມີຫຼັກສູດອອນໄລນ໌ອື່ນໆທີ່ເປີດຢູ່ໃນເວັບໄຊທ໌ SEOHUN OHWA ສໍາລັບການຮຽນດ້ວຍຕົນເອງ ສໍາລັບການພັດທະນາວິຊາຊີບຢ່າງຕໍ່ເນື່ອງ (CPD). 

ຜູ້ພັດທະນາຫຼັກສູດ ແລະຜູ້ປະກອບສ່ວນ :
• ທ່ານ ດຣ. ຄຳປະສົງ ເທບປັນຍາ : ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ ສປປລາວ
• ທ່ານ ສາດສະດາຈານ ດຣ ມາຍຟອງ ມາຍຊາຍ : ອະທິການບໍດີ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສປປລາວ
• ທ່ານ ອາຈານ ທອງໃສ ສີຈັນ ອະດີດຮອງຄະນະບໍດີ ຄະນະກະເສດສາດ ມສ ຈຳປາສັກ – ຊ່ຽວຊານສຸຂະພາບສັດ
•ທ່ານ ປອ ດຣ ພູປະສົງ ຊົມພູ: ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ (DCDC) – ກະຊວງສາທາລະນະສຸກ
• ທ່ານ ນ ແສງທິດາ ສີວິໄລ: ພະນັກງານວິຊາການ, ພະແນກກົງຈັກການຈັດຕັ້ງ, ກົມຈັດຕັ້ງ ແລະ ພະນັກງານ
• ທ່ານ ດຣ ນ ແສງດາວີ ໄຊປະດິດ: ພະນັກງານວິຊາການ, ພະແນກຄຸນນະພາບການສຶກສາ, ກົມຈັດຕັ້ງ ແລະ ພະນັກງານ
• Bertrand MARTINEZ-AUSSEL: ຜູ້ຊ່ຽວຊານດ້ານວິຊາການສາກົນ, ທີ່ປຶກສາ ກົມຈັດຕັ້ງ ແລະ ພະນັກງານ – ຜູ້ອອກແບບການສອນ 

ຜູ້ບັນຍາຍຫຼັກສູດ : 

  • ສຸຣິ ເສົາລາ: ເປັນຕົວລະຄອນສັດທີ່ເປັນຕົວແທນຂອງເສົາລາ, ເປັນສັດຫາຍາກທີ່ມີຖິ່ນກຳເນີດໃນລາວ ແລະ ຫວຽດນາມ
  • ສິຣິພອນ: ເປັນຜູ້ຊ່ຽວຊານ ແລະ ເປັນທີ່ປຶກສາ ທາງໄກທີ່ໃຫ້ຄໍາແນະນໍາແລະຄໍາອະທິບາຍຕ່າງໆ

 

 

 

Average Review Score:
★★★★★

You must log in and have started this course to submit a review.

Course Attributes

Scroll to Top