ບົດນໍາ
ໃນທາງສັດຕະວະແພດ, ການຕິດເຊື້ອແບກທີເລຍ ຄວນແຈ້ງໃຫ້ແພດຫມໍດໍາເນີນການວິໄຈບົ່ງມະຕິໃຫ້ແນ່ນອນ. ການປູກເຊື້ອແບັກທີເລຍ ແລະ ການທົດສອບຄວາມໄວໃນການຕ້ານຕໍ່ຢາຕ້ານເຊື້ອຂອງແບັກທີເລຍ ແມ່ນຖືກນໍາໃຊ້ທົ່ວໄປໃນທາງສັດຕະວະແພດ, ລວມທັງເຕັກນິກການທົດສອບກັບຢາຕ້ານເຊື້ອຫລາຍຊະນິດ ແລະ ເຕັກນິກການຫາຄວາມເຂັ້ມຂຸ້ນຂອງເຊື້ອແບັກທີເລຍ. ທັງສອງວິທີການແມ່ນເພື່ອການກໍານົດປະລິມານຂອງເຊື້ອ ແລະ ປະລິມານຂອງຢາຕ້ານເຊື້ອທີ່ໃຊ້ໃນການຍັບຍັ້ງການຂະຫຍາຍຕົວຂອງແບກທີເລຍ. ການທົດສອບການເຈືອຈາງເຊື້ອໃນອາຫານລ້ຽງເຊື້ອ ສາມາດລະບຸຈໍານວນເຊື້ອໃນປະມານທີ່ໜ້ອຍທີ່ສຸດ, ເຊິ່ງສາມາດຊ່ວຍໃນການເລືອກຢາຕ້ານເຊື້ອທີ່ດີທີ່ສຸດ. ສໍາລັບການປູກເຊື້ອແບກທີເລຍຈາກຕົວຢ່າງສານຂັບລັງຈາກຮ່າງກາຍ ຫຼື ເນື້ອເຍື່ອ ໄດ້ຖືກປູກລົງໄປໃນອາຫານລ້ຽງເຊື້ອແບກທີເລຍທີ່ໃຊ້ໃນການຈະເລີນເຕີບໂຕຂອງເຊື້ອພະຍາດ. ຖ້າບໍ່ມີເຊື້ອພະຍາດຂະຫຍາຍໂຕການປູກເຊື້ອແມ່ນຜົນເປັນລົບ ຖ້າເຊື້ອສາມາດຂະຫຍາຍໂຕການປູກເຊື້ອແມ່ນຜົນເປັນບວກ. ປະເພດຂອງເຊື້ອພະຍາດອາດຈະຖືກກໍານົດໂດຍໃຊ້ກ້ອງຈຸລະທັດ ຫຼື ການທົດສອບທາງເຄມີ. ເຊື້ອແບກທີເລຍຈະຈະເຕີບໂຕຢ່າງໄວວາໃນອາຫານລ້ຽງເຊື້ອ ປະມານ 2 ມື້ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອໃນແບັກທີເລຍ.
ຫຼັກສູດດັ່ງກ່າວຈະໄດ້ຮັບການພັດທະນາສໍາລັບການສຶກສາທາງດ້ານສຸຂະພາບຫນຶ່ງດຽວ, ການຄົ້ນຄວ້າ, ແລະການປະຕິບັດໃນສະຖາບັນການສຶກສາ, ພາກເອກະຊົນ, ແລະອົງການຈັດຕັ້ງອື່ນໆ.
ຈຸດປະສົງຫຼັກຂອງຫຼັກສູດແມ່ນເນັ້ນໃສ່ວຽກງານສຸຂະພາບໜື່ງດຽວ (One Health Epidemiology) ທີ່ມັນເປັນຫນຶ່ງໃນອົງປະກອບຫຼັກທີ່ກ່ຽວຂ້ອງກັບເຄືອຄ່າຍ RPHL Network 11 Core Thematic areas, especially laboratory workforce (7th RPHL Network 11 Core Thematic areas).
ຈຸດປະສົງຂອງຫຼັກສູດ:
- ເພື່ອແບ່ງປັນຄວາມຮູ້, ທັກສະ, ແລະ ວິທີການຂອງການປູກເຊື້ອ ແລະ ການທົດສອບຄວາມໄວໃນການຕ້ານຕໍ່ຢາຕ້ານເຊື້ອຂອງແບກທີເລຍໃນຫ້ອງທົດລອງ
- ເພື່ອສົ່ງເສີມຫຼັກສູດສຸຂະພາບຫນຶ່ງດຽວສໍາລັບການລະບຸ, ຢັ້ງຢືນ, ແລະ ວິໄຈບົ່ງມະຕິການຕິດເຊື້ອແບກທີເລຍ.
- ສົ່ງເສີມຫຼັກສູດດ້ານສຸຂະພາບໜຶ່ງດຽວເພື່ອຊ່ວຍໃນການເລືອກຢາຕ້ານເຊື້ອທີ່ຈະໃຊ້ໂດຍກົງໃນວຽກສັດຕະວະແພດ.
ຄາດໝາຍຜົນໄດ້ຮັບ
- ສາມາດປັບປຸງເຕັກນິກຫ້ອງທົດລອງ, ວິທີການຂອງການປູກເຊື້ອ ແລະ ການທົດສອບຄວາມໄວໃນການຕ້ານຕໍ່ຢາຕ້ານເຊື້ອຂອງແບກທີເລຍ.
- ສາມາດກະກຽມຕົວຢ່າງ ແລະ ການປູກເຊື້ອໄດ້ພາຍຫຼັງຈາກຈົບຫຼັກສູດ
- ສາມາດລະບຸ, ບົ່ງມະຕິ ແລະ ຢືນຢັນການຕິດເຊື້ອພະຍາດ
- ສາມາດນຳໃຊ້ເຕັກນິກ ແລະ ວິທີການນຳໃຊ້ໃນຫ້ອງທົດລອງໄດ້
ຄູສອນ
- ທ່ານ ສີສະຫວາດ ສີຫາລາດ , ອາຈານສັດຕະວະແພດ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ, ວິເຄາະຜົນຫ້ອງທົດລອງ ແລະ ບັນຍາຍວີດີໂອ. ປະສົບການໃນຫ້ອງທົດລອງການຜ່າຊາກສັດ ແລະ ເຊື້ອແບກທີເລຍ.
- ທ່ານ ສຸກສະຫວັນ ສີສະໝອນ, ອາຈານຈາກ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ຜູ້ຊ່ວຍຫ້ອງທົດລອງ ແລະຄູສອນວິດີໂອ. ປະສົບການໃນຫ້ອງທົດລອງການປູກເຊື້ອແບກທີເລຍ.
- ທ່ານ ດາວສະຫວັນ ແກ້ວມະນີ, ອາຈານສອນວິຊາສັດຕະວະແພດ ແລະ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ວິດີໂອແລະຜູ້ຊ່ວຍຫ້ອງທົດລອງ. ປະສົບການໃນຫ້ອງທົດລອງການປູກເຊື້ອແບັກທີເຣັຍ.
- ທ່ານ ພອນເທບ ໂພສະຫວັດດີ ສາຂາການລ້ຽງສັດ, ອາຈານສອນ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ປະສົບການໃນຫ້ອງທົດລອງເຊື້ອແບກທີເລຍ ແລະ ເຊື້ອຣາໃນວິທະຍາສາດສັດ.
- ທ່ານ ນວນສີສະຫວັດ ສົມບູນສັກ ສາຂາການລ້ຽງສັດ, ອາຈານ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ປະສົບການໃນຫ້ອງທົດລອງເຊື້ອແບກທີເລຍ ແລະ ເຊື້ອຣາໃນວິທະຍາສາດສັດ.
ໂມດູນ
- ນິຍາມສຸຂະພາບໜື່ງດຽວ ແລະ ພະຍາດສັດທີ່ເກີດຈາເຊື້ອແບກທີເລຍ
- ການແນະນໍາປູກເຊື້ອ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອແບກທີເລຍ
- ເຊື້ອແບກທີເລຍ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອເພື່ອບົ່ງມະຕິພະຍາດສັດປີກ (ສັດປີກ, ສັດຄ້ຽວເອື້ອງ ແລະ ສັດນ້ອຍ)
- ເຊື້ອຕ້ານຕໍ່ຢາຕ້ານເຊື້ອ (AMR) ໃນສັດຕະວະແພດ
You must log in and have started this course to submit a review.

