ການປະຕິບັດຫ້ອງທົດລອງສັດຕະວະແພດ: ການປູກເຊື້ອແບກທີເລຍ ແລະ ການທົດສອບຄວາມໄວໃນການຕ້ານຕໍ່ຢາຕ້ານເຊື້ອຂອງແບັກທີເລຍ (AMR)

Current Status
Not Enrolled
Get Started

ບົດນໍາ

ໃນທາງສັດຕະວະແພດ, ການຕິດເຊື້ອແບກທີເລຍ ຄວນແຈ້ງໃຫ້ແພດຫມໍດໍາເນີນການວິໄຈບົ່ງມະຕິໃຫ້ແນ່ນອນ. ການປູກເຊື້ອແບັກທີເລຍ ແລະ ການທົດສອບຄວາມໄວໃນການຕ້ານຕໍ່ຢາຕ້ານເຊື້ອຂອງແບັກທີເລຍ ແມ່ນຖືກນໍາໃຊ້ທົ່ວໄປໃນທາງສັດຕະວະແພດ, ລວມທັງເຕັກນິກການທົດສອບກັບຢາຕ້ານເຊື້ອຫລາຍຊະນິດ ແລະ ເຕັກນິກການຫາຄວາມເຂັ້ມຂຸ້ນຂອງເຊື້ອແບັກທີເລຍ. ທັງສອງວິທີການແມ່ນເພື່ອການກໍານົດປະລິມານຂອງເຊື້ອ ແລະ ປະລິມານຂອງຢາຕ້ານເຊື້ອທີ່ໃຊ້ໃນການຍັບຍັ້ງການຂະຫຍາຍຕົວຂອງແບກທີເລຍ. ການທົດສອບການເຈືອຈາງເຊື້ອໃນອາຫານລ້ຽງເຊື້ອ ສາມາດລະບຸຈໍານວນເຊື້ອໃນປະມານທີ່ໜ້ອຍທີ່ສຸດ, ເຊິ່ງສາມາດຊ່ວຍໃນການເລືອກຢາຕ້ານເຊື້ອທີ່ດີທີ່ສຸດ. ສໍາລັບການປູກເຊື້ອແບກທີເລຍຈາກຕົວຢ່າງສານຂັບລັງຈາກຮ່າງກາຍ ຫຼື ເນື້ອເຍື່ອ ໄດ້ຖືກປູກລົງໄປໃນອາຫານລ້ຽງເຊື້ອແບກທີເລຍທີ່ໃຊ້ໃນການຈະເລີນເຕີບໂຕຂອງເຊື້ອພະຍາດ. ຖ້າບໍ່ມີເຊື້ອພະຍາດຂະຫຍາຍໂຕການປູກເຊື້ອແມ່ນຜົນເປັນລົບ ຖ້າເຊື້ອສາມາດຂະຫຍາຍໂຕການປູກເຊື້ອແມ່ນຜົນເປັນບວກ. ປະເພດຂອງເຊື້ອພະຍາດອາດຈະຖືກກໍານົດໂດຍໃຊ້ກ້ອງຈຸລະທັດ ຫຼື ການທົດສອບທາງເຄມີ. ເຊື້ອແບກທີເລຍຈະຈະເຕີບໂຕຢ່າງໄວວາໃນອາຫານລ້ຽງເຊື້ອ ປະມານ 2 ມື້ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອໃນແບັກທີເລຍ.

ຫຼັກສູດດັ່ງກ່າວຈະໄດ້ຮັບການພັດທະນາສໍາລັບການສຶກສາທາງດ້ານສຸຂະພາບຫນຶ່ງດຽວ, ການຄົ້ນຄວ້າ, ແລະການປະຕິບັດໃນສະຖາບັນການສຶກສາ, ພາກເອກະຊົນ, ແລະອົງການຈັດຕັ້ງອື່ນໆ.

ຈຸດປະສົງຫຼັກຂອງຫຼັກສູດແມ່ນເນັ້ນໃສ່ວຽກງານສຸຂະພາບໜື່ງດຽວ (One Health Epidemiology) ທີ່ມັນເປັນຫນຶ່ງໃນອົງປະກອບຫຼັກທີ່ກ່ຽວຂ້ອງກັບເຄືອຄ່າຍ RPHL Network 11 Core Thematic areas, especially laboratory workforce (7th RPHL Network 11 Core Thematic areas).

ຈຸດປະສົງຂອງຫຼັກສູດ:

  1. ເພື່ອແບ່ງປັນຄວາມຮູ້, ທັກສະ, ແລະ ວິທີການຂອງການປູກເຊື້ອ ແລະ ການທົດສອບຄວາມໄວໃນການຕ້ານຕໍ່ຢາຕ້ານເຊື້ອຂອງແບກທີເລຍໃນຫ້ອງທົດລອງ
  2. ເພື່ອສົ່ງເສີມຫຼັກສູດສຸຂະພາບຫນຶ່ງດຽວສໍາລັບການລະບຸ, ຢັ້ງຢືນ, ແລະ ວິໄຈບົ່ງມະຕິການຕິດເຊື້ອແບກທີເລຍ.
  3. ສົ່ງເສີມຫຼັກສູດດ້ານສຸຂະພາບໜຶ່ງດຽວເພື່ອຊ່ວຍໃນການເລືອກຢາຕ້ານເຊື້ອທີ່ຈະໃຊ້ໂດຍກົງໃນວຽກສັດຕະວະແພດ.

ຄາດໝາຍຜົນໄດ້ຮັບ

  • ສາມາດປັບປຸງເຕັກນິກຫ້ອງທົດລອງ, ວິທີການຂອງການປູກເຊື້ອ ແລະ ການທົດສອບຄວາມໄວໃນການຕ້ານຕໍ່ຢາຕ້ານເຊື້ອຂອງແບກທີເລຍ.
  • ສາມາດກະກຽມຕົວຢ່າງ ແລະ ການປູກເຊື້ອໄດ້ພາຍຫຼັງຈາກຈົບຫຼັກສູດ
  • ສາມາດລະບຸ, ບົ່ງມະຕິ ແລະ ຢືນຢັນການຕິດເຊື້ອພະຍາດ
  • ສາມາດນຳໃຊ້ເຕັກນິກ ແລະ ວິທີການນຳໃຊ້ໃນຫ້ອງທົດລອງໄດ້

ຄູສອນ

  1. ທ່ານ ສີສະຫວາດ ສີຫາລາດ , ອາຈານສັດຕະວະແພດ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ, ວິເຄາະຜົນຫ້ອງທົດລອງ ແລະ ບັນຍາຍວີດີໂອ. ປະສົບການໃນຫ້ອງທົດລອງການຜ່າຊາກສັດ ແລະ ເຊື້ອແບກທີເລຍ.
  2. ທ່ານ ສຸກສະຫວັນ ສີສະໝອນ, ອາຈານຈາກ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ຜູ້ຊ່ວຍຫ້ອງທົດລອງ ແລະຄູສອນວິດີໂອ. ປະສົບການໃນຫ້ອງທົດລອງການປູກເຊື້ອແບກທີເລຍ.
  3. ທ່ານ ດາວສະຫວັນ ແກ້ວມະນີ, ອາຈານສອນວິຊາສັດຕະວະແພດ ແລະ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ວິ​ດີ​ໂອ​ແລະ​ຜູ້​ຊ່ວຍ​ຫ້ອງ​ທົດ​ລອງ​. ປະສົບການໃນຫ້ອງທົດລອງການປູກເຊື້ອແບັກທີເຣັຍ.
  4. ທ່ານ ພອນເທບ ໂພສະຫວັດດີ ສາຂາການລ້ຽງສັດ, ອາຈານສອນ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ປະສົບການໃນຫ້ອງທົດລອງເຊື້ອແບກທີເລຍ ແລະ ເຊື້ອຣາໃນວິທະຍາສາດສັດ.
  5. ທ່ານ ນວນສີສະຫວັດ ສົມບູນສັກ ສາຂາການລ້ຽງສັດ, ອາຈານ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລສະຫວັນນະເຂດ. ປະສົບການໃນຫ້ອງທົດລອງເຊື້ອແບກທີເລຍ ແລະ ເຊື້ອຣາໃນວິທະຍາສາດສັດ.

ໂມດູນ 

  1. ນິຍາມສຸຂະພາບໜື່ງດຽວ ແລະ ພະຍາດສັດທີ່ເກີດຈາເຊື້ອແບກທີເລຍ
  2. ການແນະນໍາປູກເຊື້ອ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອແບກທີເລຍ
  3. ເຊື້ອແບກທີເລຍ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອເພື່ອບົ່ງມະຕິພະຍາດສັດປີກ (ສັດປີກ, ສັດຄ້ຽວເອື້ອງ ແລະ ສັດນ້ອຍ)
  4. ເຊື້ອຕ້ານຕໍ່ຢາຕ້ານເຊື້ອ (AMR) ໃນສັດຕະວະແພດ
LAOHUN, INFECTIOUS DISEASE MANAGEMENT, Antimicrobial Resistance, Biosafety & Biosecurity (Laboratory), Lao, Laos
Average Review Score:
★★★★★

You must log in and have started this course to submit a review.

Course Content

ການສໍາຫຼວດປະຊາກອນແລະການປະເມີນຕົນເອງ
ໂມດູນ 1 - ນິຍາມສຸຂະພາບໜື່ງດຽວ ແລະ ພະຍາດສັດທີ່ເກີດຈາເຊື້ອແບກທີເລຍ
ໂມດູນ 1 – ວິດີໂອບັນຍາຍ 1 Quiz
ໂມດູນ 2 - ການແນະນໍາປູກເຊື້ອ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອແບກທີເລຍ
ໂມດູນ 2 – ວິດີໂອບັນຍາຍ 1 Quiz
ໂມດູນ 3 - ເຊື້ອແບກທີເລຍ ແລະ ການທົດສອບຄວາມໄວຂອງຢາຕ້ານເຊື້ອເພື່ອບົ່ງມະຕິພະຍາດສັດປີກ (ສັດປີກ, ສັດຄ້ຽວເອື້ອງ ແລະ ສັດນ້ອຍ)
ໂມດູນ 3 – ວິດີໂອບັນຍາຍ 1 Quiz
ໂມດູນ 4 - ເຊື້ອຕ້ານຕໍ່ຢາຕ້ານເຊື້ອ (AMR) ໃນສັດຕະວະແພດ
ໂມດູນ 4 – ວິດີໂອບັນຍາຍ
4.2 1 Quiz

Course Attributes

Scroll to Top