ຂໍ້ມູນພື້ນຖານຂອງຫຼັກສູດ
ຫຼັກສູດນີ້ຖືກພັດທະນາໂດຍທີມງານຈາກຫຼາຍພາກສ່ວນ ໂດຍສະເພາະຈາກ ກົມຈັດຕັ້ງ ແລະ ພະນັກງານ, ກົມຄວບຄຸມພະຍາດຕິດຕໍ່, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ແລະ ຄະນະກະເສດສາດ, ມະຫາວິທະຍາໄລ ຈຳປາສັກ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ SEAOHUN ແລະ USAID.
ຂອບເຂດນອກເໜືອຄວາມຮັບຜິດຊອບ: ເນື້ອໃນ, ຄວາມຄິດເຫັນ ແລະ ຂໍ້ເທັດຈິງທີ່ສະແດງອອກໃນຫຼັກສູດແມ່ນຄວາມຮັບຜິດຊອບພຽງຜູ້ດຽວຂອງຜູ້ຂຽນຫຼັກສູດ ແລະ ບໍ່ແມ່ນຂອງ SEAOHUN ແລະ USAID.
ເອກະສານຫຼັກສູດ: ຫຼັກສູດປະກອບມີ 04 ໂມດູນ ແລະ ໃຊ້ເວລາຮຽນປະມານ 1 ຊົ່ວໂມງຂອງແຕ່ລະໂມດູນ.
ໂມດູນ 1) ການແນະນຳກ່ຽວກັບສຸຂະພາບໜຶ່ງດຽວ
ໂມດູນ 2) ການພົວພັນລະຫວ່າງມະນຸດ-ສັດ-ສິ່ງແວດລ້ອມ
ໂມດູນ 3) ວິທີການທີ່ອີງໃສ່ຫຼັກຖານໃນສຸຂະພາບໜຶ່ງດຽວ
ໂມດູນ 4) ການປະຕິບັດຍຸດທະສາດສຸຂະພາບໜຶ່ງດຽວ
ແຕ່ລະຫົວຂໍ້ຈະປະກອບມີຂໍ້ມູນເພີ່ມເຕີມບາງຢ່າງທີ່ພວກເຮົາຄິດວ່າທ່ານຈະສົນໃຈ – ກົດໃສ່ຮູບໃນແຕ່ລະໂມດູນ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຈຸດສະເພາະ.
ຜູ້ເຂົ້າຮ່ວມເປົ້າໝາຍ:
- ພະນັກງານສາທາລະນະສຸກດ່ານໜ້າ: ລວມທັງທ່ານໝໍ, ພະຍາບານ, ຄຸ້ມຄອງສາທາລະນະສຸກ ແລະ ພະນັກງານສາທາລະນະສຸກອື່ນໆທີ່ກ່ຽວຂ້ອງໂດຍກົງໃນການບໍລິການຄົນເຈັບ ແລະ ການຄຸ້ມຄອງ ສາທາລະນະສຸກ.
- ຜູ້ວາງນະໂຍບາຍດ້ານສາທາລະນະສຸກ: ພະນັກງານທີ່ມີສ່ວນຮ່ວມໃນການພັດທະນານະໂຍບາຍສາທາລະນະສຸກ, ໂດຍສະເພາະຜູ້ທີ່ມີສ່ວນຮ່ວມໃນການພົວພັນຂອງມະນຸດ, ສັດ ແລະ ສິ່ງແວດລ້ອມ.
- ພະນັກງານສາທາລະນະສຸກຊຸມຊົນ: ບຸກຄົນທີ່ເຮັດວຽກຢູ່ຮາກຖານ, ຈະເປັນຈຸດທຳອິດຂອງໃຫ້ບໍລິການແກ່ປະຊາຊົນທີ່ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.
ການປະເມີນຫຼັກສູດ:
ແຕ່ລະໂມດູນຈະມີການປະເມີນ ເພື່ອທົດສອບຄວາມເຂົ້າໃຈຂອງທ່ານກ່ຽວກັ ຫົວຂໍ້ນັ້ນ. ໃນໂມດູນສຸດທ້າຍທ່ານຈະສາມາດໄດ້ຮັບໃບຢັ້ງຢືນຜົນສໍາເລັດ –
ເງື່ອນໄຂຂອງການໄດ້ຮັບໃບຢັ້ງຢືນການຮຽນແມ່ນທ່ານຕ້ອງໄດ້ຮຽນຜ່ານທຸກໂມດູນ ແລະ ຜ່ານການປະເມີນພາຍຫຼັງສຳເລັດການຮຽນໂມດູນສຸດທ້າຍ ແລະ ໄດ້ຮັບຄະແນນ 80% ຂື້ນໄປ.
ນີ້ແມ່ນຫຼັກສູດທີ່ທ່ານສາມາດຮຽນໄດ້ດ້ວຍຕົນເອງ ແລະ ໃນເວລາທີ່ທ່ານສະດວກ. ພວກເຮົາຂໍແນະນຳໃຫ້ທ່ານບັນທຶກ ແລະ ຈົດກ່າຍບົດຮຽນໃນຂະນະທີ່່ານຮຽນດ້ວຍຕົນເອງເພາະວ່ານີ້ແມ່ນວິທີທີ່ດີທີ່ຈະຮັບປະກັນວ່າທ່ານສາມາດເຂົ້າໃຈບົດຮຽນໄດ້ຫຼາຍຂື້ນ. ວິທີນີ້ສາມາດກາຍເປັນສ່ວນໜຶ່ງຂອງແຜນພັດທະນາຕົນເອງຂອງທ່ານ.
ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມ, ພວກເຮົາມີຫຼັກສູດອອນໄລນ໌ອື່ນໆທີ່ເປີດຢູ່ໃນເວັບໄຊທ໌ SEOHUN OHWA ສໍາລັບການຮຽນດ້ວຍຕົນເອງ ສໍາລັບການພັດທະນາວິຊາຊີບຢ່າງຕໍ່ເນື່ອງ (CPD).
ຜູ້ພັດທະນາຫຼັກສູດ ແລະຜູ້ປະກອບສ່ວນ :
• ທ່ານ ດຣ. ຄຳປະສົງ ເທບປັນຍາ : ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ ສປປລາວ
• ທ່ານ ສາດສະດາຈານ ດຣ ມາຍຟອງ ມາຍຊາຍ : ອະທິການບໍດີ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສປປລາວ
• ທ່ານ ອາຈານ ທອງໃສ ສີຈັນ ອະດີດຮອງຄະນະບໍດີ ຄະນະກະເສດສາດ ມສ ຈຳປາສັກ – ຊ່ຽວຊານສຸຂະພາບສັດ
•ທ່ານ ປອ ດຣ ພູປະສົງ ຊົມພູ: ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ (DCDC) – ກະຊວງສາທາລະນະສຸກ
• ທ່ານ ນ ແສງທິດາ ສີວິໄລ: ພະນັກງານວິຊາການ, ພະແນກກົງຈັກການຈັດຕັ້ງ, ກົມຈັດຕັ້ງ ແລະ ພະນັກງານ
• ທ່ານ ດຣ ນ ແສງດາວີ ໄຊປະດິດ: ພະນັກງານວິຊາການ, ພະແນກຄຸນນະພາບການສຶກສາ, ກົມຈັດຕັ້ງ ແລະ ພະນັກງານ
• Bertrand MARTINEZ-AUSSEL: ຜູ້ຊ່ຽວຊານດ້ານວິຊາການສາກົນ, ທີ່ປຶກສາ ກົມຈັດຕັ້ງ ແລະ ພະນັກງານ – ຜູ້ອອກແບບການສອນ
ຜູ້ບັນຍາຍຫຼັກສູດ :
- ສຸຣິ ເສົາລາ: ເປັນຕົວລະຄອນສັດທີ່ເປັນຕົວແທນຂອງເສົາລາ, ເປັນສັດຫາຍາກທີ່ມີຖິ່ນກຳເນີດໃນລາວ ແລະ ຫວຽດນາມ
- ສິຣິພອນ: ເປັນຜູ້ຊ່ຽວຊານ ແລະ ເປັນທີ່ປຶກສາ ທາງໄກທີ່ໃຫ້ຄໍາແນະນໍາແລະຄໍາອະທິບາຍຕ່າງໆ
You must log in and have started this course to submit a review.