ວິທີທາງດ້ານສຸຂະພາບໜຶ່ງດຽວ : ໃນການຈັດການ, ການລະບາດຂອງພະຍາດ ແລະ ການຕອບໂຕ້ພະຍາດຕິດແປດຈາກສັດສູ່ຄົນໃນ ສປປ ລາວ

Current Status
Not Enrolled
Get Started

ພາບລວມຂອງຫຼັກສູດ

ຫຼັກສູດນີ້ນໍາສະເໜີກ່ຽວກັບວິທີການສຸຂະພາບໜື່ງດຽວ (One Health approach) ຢ່າງເລີກເຊິງ, ຫຼັກສູດຈະໄດ້ເວົ້າເຖີງພະຍາດຕິດແປດຈາກສັດສູ່ຄົນ (zoonotic) ໃນລາວ. ໄດ້ສະແດງໃຫ້ເຫັນສາຍພົວພັນກັນລະຫວ່າງສຸຂະພາບຄົນ, ສັດ, ແລະ ສິ່ງແວດລ້ອມ, ໂດຍເນັ້ນໃສ່ວິທີການຮ່ວມມືເພື່ອແກ້ໄຂສິ່ງທ້າທາຍດ້ານສຸຂະພາບ. ຜູ້ເຂົ້າຮ່ວມຈະໄດ້ຮັບຄວາມເຂົ້າໃຈພື້ນຖານກ່ຽວວິທີການສຸຂະພາບໜື່ງດຽວ ແລະຄວາມສໍາຄັນຂອງວິທີ່ການດັ່ງກ່າວ, ໃນການຈັດການ ແລະຕອບໂຕ້ຕໍ່ການລະບາດຂອງພະຍາດຕິດແປດຈາກສັດສູ່ຄົນ ໃນປະຊາກອນລາວ.

ຮູບແບບຫຼັກສູດ

ຫຼັກສູດອອນໄລນ໌ນີ້ປະກອບມີການບັນຍາຍດ້ວຍວິດີໂອ, ການຕອບແບບສອບຖາມ ແລະວຽກມອບໝາຍໃນການເຮັດພາກປະຕິບັດ. ຜູ້ເຂົ້າຮ່ວມສາມາດມີສ່ວນຮ່ວມໃນການຮຽນການສອນດັ່ງກ່າວໄດ້ອີງຕາມຄວາມສະດວກຂອງຕົນ

ຫຼັກສູດແມ່ນສອນເປັນພາສາອັງກິດ ແລະພາສາລາວ. ຜູ້ເຂົ້າຮ່ວມສາມາດເລືອກໄດ້ຕາມຄວາມສະດວກຂອງຕົນໃນການ ຂຽນ ແລະເວົ້າພາສາອັງກິດຫຼືພາສາລາວ.

ເງື່ອນໄຂຜູ້ສະໝັກຮຽນ

ຫຼັກສູດດັ່ງກ່າວຖືກອອກແບບມາສໍາລັບຜູ້ທີ່ຊ່ຽວຊານທາງດ້ານສຸຂະພາບ, ນັກສຶກສາໃນສາຂາທີ່ກ່ຽວຂ້ອງກັບສຸຂະພາບ, ແລະບຸກຄົນທີ່ມີຄວາມສົນໃຈໃນວຽກງານສຸຂະພາບໜື່ງດຽວໃນລາວ. ບໍ່ມີເງື່ອນໄຂເບື້ອງຕົ້ນໃດໆທີ່ເຄັ່ງຄັດ, ແຕ່ຄວາມເຂົ້າໃຈພື້ນຖານຂອງແນວຄວາມຄິດດ້ານສຸຂະພາບແມ່ນຈະມີປະໂຫຍດສໍາຫຼັບທ່ານທີ່ຈະຊ່ວຍໃນການຮຽນຫຼັກສູດນີ້.

ຫຼັກສູດການຮຽນ

  • ໂມດູນ 1: ບັນຫາສຸຂະພາບໜຶ່ງດຽວທີ່ກ່ຽວຂ້ອງກັບພະຍາດຕິດແປດຈາກສັດສູ່ຄົນ
  • ໂມດູນ 2: ສະຖິຕິການລະບາດຂອງພະຍາດຕິດແປດຈາກສັດສູ່ຄົນໃນ ສປປ ລາວ
  • ໂມດູນທີ 3: ຂອບເຂດດ້ານສຸຂະພາບໜື່ງດຽວໃນການສືບສວນ ແລະການກຽມຄວາມພ້ອມຂອງການລະບາດຂອງພະຍາດ
  • ໂມດູນ 4: ຂອບເຂດດ້ານສຸຂະພາບໜື່ງດຽວໃນການຕອບໂຕ້ການລະບາດຂອງພະຍາດ

ໄລຍະເວລາຂອງຫຼັກສູດ

ປະມານ 5 ຊົ່ວໂມງ.

ຈຸດປະສົງການຮຽນຮູ້

ໃນຕອນທ້າຍຂອງຫຼັກສູດນີ້, ຜູ້ເຂົ້າຮ່ວມຈະສາມາດ:

  • ເຂົ້າໃຈແນວຄວາມຄິດຂອງວຽກງານສຸຂະພາບໜື່ງດຽວ ແລະການນຳໃຊ້ໃນ ສປປລາວ
  • ວິເຄາະສະຖິຕິການລະບາດຂອງພະຍາດຕິດແປດຈາກສັດສູ່ຄົນໃນ ສປປ ລາວ
  • ນຳໃຊ້ຂັ້ນຕອນໃນການດຳເນີນການສືບສວນສອບສວນການລະບາດຂອງພະຍາດ
  • ໃຊ້ວິທີການທີ່ເປັນລະບົບເພື່ອຕອບໂຕ້ການລະບາດຂອງພະຍາດ

ຄ່າລົງທະບຽນ

ຫຼັກສູດນີ້ແມ່ນໄດ້ສອນໃຫ້ຜູ້ເຂົ້າຮ່ວມທຸກຄົນໂດຍບໍ່ເສຍຄ່າ.

ການຢັ້ງຢືນ

ຜູ້ເຂົ້າຮ່ວມທີ່ສໍາເລັດຫຼັກສູດຈະໄດ້ຮັບໃບຢັ້ງຢືນການສໍາເລັດ.

ອາຈານສອນ

  1. Dr. Phoutnapha SENGXAYALATH, lecturer, Faculty of agriculture and forestry, Champasak University, lecturer in learning video, head of project, experience on animal science
  2. Thongsay SYCHANCH, Acting dean of faculty of agriculture and forestry, lecturer in learning video
  3. Bamphen KHAMMOUNGKOUN, lecturer, Faculty of agriculture and forestry, Champasak University, lecturer in learning video
  4. Somsakxay KEOKETVILAY, researcher, veterinary center, role play director
  5. Phouddavanh KEOVILAY, lecturer, Faculty of agriculture and forestry, Champasak University, role play creative
Average Review Score:
★★★★★

You must log in and have started this course to submit a review.

Course Content

Course Attributes

Scroll to Top